020 78 226 306 | sales@dcomlao.com

ກິດ​ຈະ​ກຳ​ມອບ​ອຸ​ປະ​ກອນ​ການ​ສຶກ​ສາ ແລະ​ເຄື່ອງ​ກິ​ລາ​ໃຫ້​ໂຮງ​ຮຽນ​ປະ​ຖົມ​ສົມ​ບູນ

ຄອບ​ຄົວ ​ກິດ​ຕິ​ພັນ ພ້ອມ ລູກ​ຫລານ ຈະ​ມີ​ກິດ​ຈະ​ກຳ​ມອບ​ອຸ​ປະ​ກອນ​ການ​ສຶກ​ສາ ແລະ​ເຄື່ອງ​ກິ​ລາ​ໃຫ້​ໂຮງ​ຮຽນ​ປະ​ຖົມ​ສົມ​ບູນ ແລະ ມອ​ບ​ຄອມ​ພິ​ເຕີ 1 ຊ​ູດ ໃຫ້​ຫ້ອງ​ການ​ບ້ານ ບ້ານ​ໂພນ​ທອງ ເມືອງ​ໂພນ​ທອງ ແຂວງ ຈຳ​ປາ​ສັກ
ວັນ​ທີ 15.04.2019 ເວ​ລາ 09.00ເຊົ້າ ທີ່​ໂຮງ​ຮຽນ​ປະ​ຖົມ​
ສົມ​ບູນ​ບ້ານ​ໂພນ​ທອງ ເມືອງ​ໂພນ​ທອງ ແຂວງ​ຈຳ​ປາ​ສັກ

ໃຜ​ສົນ​ໃຈ​(ໂດຍ​ສະ​ເພາະ​ສິດ​ເກົ່າ​ທຸກ​ລຸ້ນ)ຮ່ວມ​ບໍ​ລິ​ຈາກ ແລະ ຮ່ວມ​ກິດ​ຈະ​ກຳນຳ​ພວກ​ເຮົາ ຕິດ​ຕໍ່ ທ່ານ​ນາງ ນິ​ພາ​ພອນ ສຸ​ໂພ​ພາກ ຫລື ທ່ານ​ນາງ ນິ​ຊາ​ພາ ໄດ້ ເບີ 020 55324443 Nouch Nouch Rinut Kittiphanh

ໂຮງ​ຮ​ຽນ​ສ້າງ​ຄົນດີ ການ​ສຶກ​ສາ ສ້າງ​ອະ​ນາ​ຄົດ​ທີ່​ດີ​ໃຫ້​ທຸກ​ຄົນ ພວກເຮົາ​ຄວນ​ຊ່ວຍ​ເຫລືອ​ກັນແລະ​ສົ່ງ​ເສີມ​ການ​ສຶກ​ສາ ເພື່ອ​ໃຫ້​ລຸກ​ຫລານ​ພວກ​ເຮົາ​ມີ​ອະ​ນາ​ຄົດ​ແລະ​ຊິ​ວິດ​ທີ​່​ສົດ​ໃສ